ຫ້ອງວ່າການກະຊວງປ້ອງກັນປະເທດອວຍພອນຫ້ອງການຜູ້ຕາງຫນ້າກະຊວງປ້ອງກັນປະເທດ
ຣັດເຊຍ
ວັນທີ 5 ພຶດສະພາ 2023 ນີ້,ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຫົວຫນ້າຫ້ອງວ່າການກະຊວງປ້ອງກັປເທດພ້ອມຄະນະ, ໄດ້ນໍາເອົາກະຕ່າຂອງຂວັນ
ແລະ ກະຕ່າດອກໄມ້ເຂົ້າອວຍພອນຫ້ອງການຜູ້ຕາງຫນ້າກະຊວງປ້ອງກັປະເທດແຫ່ງ ສ ຣັດເຊຍປະຈໍາລາວ ເນື່ອງໃນໂອກາດວັນ ແຫ່ງໄຊຊະນະຈາກມະຫາສົງ
ຄາມຂອງຟາດຊິດເຢຍລະມັນ ຄົບຮອບ 78 ປີ (1945-2023), ໂດຍການຕ້ອນຮັບຂອງສະຫາຍ ພົນຕີ ເດມີຕຣີ ກຣາຍເຍັບວະລາ ຕີເມີໂຣວິດ ຫົວຫນ້າຫ້ອງ
ການຜູ້ຕາງຫນ້າກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ປະຈໍາສປປລາວພ້ອມຄະນະ.
ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວອວຍພອນໄຊອັນປະເສີດໄປຍັງລັດຖະບານ,ກະຊວງປ້ອງກັນປະເທດ ພ້ອມດ້ວຍປະຊາຊົນ
ແຫ່ງ ສ ຣັດເຊຍ ກໍຄືຫົວຫນ້າຫ້ອງການຜູ້ຕາງຫນ້າກະຊວງປ້ອງກັນປະເທດແຫ່ງ ສຣັດເຊຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ,
ປະສົບຜົນສໍາເລັດໃນຫນ້າທີ່ວຽກງານອັນມີກຽດຂອງທ່ານ, ສືບຕໍ່ເສີມຂະຫຍາຍສາຍພົວພັນຄວາມສາມັກຄີໃຫ້ຫມັ້ນຄົງທະນົງແກ່ນຕະຫຼອດໄປ.ສະຫາຍ ພົນຕີ
ເດມີຕຣີ ກຣາຍເຍັບ ວະລາຕີເມີໂຣວິດໄດ້ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍຫົວຫນ້າຫ້ອງວ່າການກະຊວງປ້ອງກັນປະເທດພ້ອມຄະນະທີ່ເຫັນໄດ້
ຄວາມຫມາຍຄວາມສໍາຄັນຂອງວັນດັ່ງກ່າວຈຶ່ງໄດ້ເຂົ້າມອວຍພອນໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ
ຮັກແພງທີ່ເປັນມູນເຊື້ອ ລະຫວ່າງ ຣັດເຊຍ ແລະ ລາວ, ເວົ້າລວມເວົ້າສະເພາະສອງກໍາລັງປະກອບອາວຸດຣັດເຊຍ-ລາວ, ລາວ-ຣັດເຊຍ ໃຫ້ນັບມື້ແຫນ້ນແຟ້ນ
ຍິ່ງຂຶ້ນ.ໃນວັນດຽວກັນ, ສະຫາຍ ພົນຈັດຕະວາ ເດືອນສະຫວັນສາຍພິມຄໍາປະທຸມ ຮອງຫົວຫນ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມຄະນະກໍໄດ້ເຂົ້າ
ອວຍພອນ ສະຫາຍ ພັນເອກ ອານເດຼ ລີຄາເຊັບ ທີ່ ປຶກສາທູດປ້ອງກັນຊາດ ແຫ່ງ ສ ຣັດເຊຍປະຈໍາສປປລາວອີກດ້ວຍ.
ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 08/05/2023